ຊິວະປະວັດຫຍໍ້“ແມ່ສົມດີ ວິໄຊສຸກ ໑໙໓໑-໒໐໒໑“
ແມ່ສົມດີ ໄດ້ເກີດທີ່ວຽງຈັນໃນວັນທີ ໑໔ ທັນວາ ປີ໑໙໓໑,ເປັນລູກສາວຜູ້ທີສອງຂອງພໍ່ຕູ້ວັນດີ ແລະແມ່ຕູ້ສາວສຸກ ມີອ້າຍນ້ອງນຳກັນ ໑໐ ຄົນ :
໑.ທ່ານພັນເອກສົມບຸນ ວິໄຊສຸກ ທະຫານຝ່າຍເປັນກາງ(ອ້າຍກົກ)ເສັຍຊີວິດທີ່ສູນສຳມະນາວຽງໄຊ
໒.ອາ ສົມລິ(ສຊວ)
໓.ແມ່ສົມດີ (ສຊວ)
໔.ທ່ານຮ້ອຍເອກສົມຈິດ ວິໄຊສຸກ (ເສັຍຊິວີດ)
໕.ທ່ານສົມພັດ ວິໄຊສຸກ ຂ້າຮາຊການ ຫົວໜ້າກະສິກຳປະຈຳແກ້ງກອກ (ສຊວ)
໖.ທ່ານສົມລີດ ວິໄຊສຸກ ຂ້າຮາຊການຊັ້ນເອກ ກົມປ່າໄມ້ແຫ່ງພຣະຮາຊອານາຈັກລາວ (ສຊວ)
໗.ທ່ານສົມໝາຍ ວິໄຊສຸກ
໘.ທ່ານສົມສະຫວາດ (ສຊວ)
໙.ທ່ານສົມສນິດ ວິໄຊສຸກ ຂ້າຮາຊການກົມສາທາຣະນະສຸກ (ສຊວ)
໑໐.ທ່ານສົມສໄຫວ ວິໄຊສຸກ (ນ້ອງຊາຍຫຼ້າ)
ຕໍ່ມາແມ່ສົມດີ ໄດ້ຢ້າຍຕິດຕາມຄອບຄົວຂື້ນໄປຢູ່ຊຳເໜືອໃນຣະວ່າງປີ ໑໙໓໖,ແມ່ໄດ້ເຂົ້າໂຮງຮຽນ
ຮຽນຈົນຈົບປະຖົມ,ຕອນຍັງນ້ອຍ ແມ່ເລົ່າສູ່ຟັງວ່າ ແມ່ ລູງບຸນ ເຄີຍຕິດຕາມພໍ່ຕູ້ໄປຮ່າໂນຍ ພໍ່ຕູ້ວັນດີ ແລ່ນຣົດສົ່ງຄົນ
ແລະສີນຄ້າແຕ່ຊຳເໜືອຫາຮ່າໂນຍ,ແມ່ເຄີຍຖືກເຄາະຮ້າຍຈາກສົງຄາມ ສະເກັດລູກຣະເບີດແຕກໃສ່ຕາເບື້ອງຊາຍ ເບີ່ງບໍ່ເຫັນແຈ້ງ ທາງການຈະໃຫ້ໄປປາດທີເມືອງໄທຍ ແຕ່ບໍ່ໄດ້ໄປ,ແມ່ໄດ້ລື້ງແກ່ນກັບພໍ່ ແລະແຕ່ງງານກັບພໍ່“ສີພັນ ສີຫານາດ“ ໃນປີ ໑໙໕໐
ທີ່ຊຳເໜືອກ່ອນແຕກ ແລະໄດ້ມີລູກນຳກັນທັງໝົດ ໙ ຄົນ :
໑.ທ.ສີສົມນືກ(ເສັຍຊິວິດແລ້ວໃນປີ໒໐໑໕)
໒.ທ.ສີສົມຄາມ
໓.ທ.ສີສົມເດັ່ດ
໔.ນ.ສີສະໝອນ
໕.ນ.ສີສວັນ
໖.ນ.ສີສະຫງວນ
໗.ທ.ສີສົມສັກ
໘.ນ.ສີສະອາດ
໙.ທ.ສີສົມພານ
ແລະມີລູກລ້ຽງສອງຄື:
໑໐.ທ.ຄຳແພງ ພົມມະຈັນ
໑໑.ທ.ຄຳຕາ ຄຳພາວົງ
ຫຼັງມີການປ່ຽນແປງຣັດທິໃໝ່ໃນລາວ,ແມ່ສົມດີ ໄດ້ອົພຍົບ ມາໃຊ້ຊິວິດໃໝ່ໃນປະເທດຝຣັ່ງເສດຕັ້ງແຕ່ປີ ໑໙໗໖ ຫາ ປີ ໒໐໒໑ ຣວມ ແມ່ສົມດີໄດ້ຜ່ານຊີວິດມາ ແຕກເສີກ ໓ຄັ້ງ,ແຕກຄັ່ງທີ໑:ເກີດອ້າຍສີສົມຄາມ,ແຕກຄັ້ງທີ໒ ຊຽງຂວາງແຕກ:ເກີດສີສົມສັກ,ຕອນຊຽງຂວາງແຕກໃນປີ໑໙໖໐ ຄອບຄົວແບ່ງກັນເປັນສອງຫນີພັຍກັນໄປຄົນລະທາງ, ພໍ່ ເຈົ້າແຂວງ ແລະຂ້າຮາຊການ ທະຫານ ຕຳລວດຝ່າຍເສຣີ ໄດ້ເອົາຕົວຫນີພັຍຜ່ານທ່າໂທມ ໄປທາງຍ່າງມຸ້ງໜ້າໄປສູ່ວຽງຈັນ,ພໍ່ໄດ້ສົ່ງແມ່ສົມດີ ພ້ອມລູກທັງ ໖ ແລະນ້ອງຊາຍບາວໝາຍມາຢູ່ໂພນສວັນເຂດປົດປ່ອຍ ຍ້ອນຈະບໍ່ສາມາດຫນີພັຍດ້ວຍທາງຍ່າງຜ່ານພູຜາປ່າໄມ້ໄດ້.
ທີ່ໂພນສວັນ,ແມ່ຂາຍເຂົ້າລອດຊອງລ້ຽງລູກ ໗ຄົນ ແລະນ້ອງຊາຍຄົນ໑ ເປັນເວລາ ໓ປີ ໃນເຂດປົດປ່ອຍ ແຕ່ປີ ໑໙໖໐ ຫາ ໑໙໖໒ ແລະແລ້ວ ກໍໄດ້ລົງມາຕັ້ງຊິວີດໃໝ່ທີ່ວຽງຈັນ ຫຼັງສັນຍາໂຮມລາວ໑໙໖໒ ໄດ້ເກີດນາງສີສະອາດປີ ໑໙໖໓ ແລະເກີດທ້າວສີສົມພານໃນປີ ໑໙໖໖.
ແມ່ເປັນຄົນດີ້ນຮົນສູ້ຊົນ ບາກບັ່ນ ບໍ່ອາສັຍຜູ້ອື່ນ ເປັນຄົນບໍ່ຍອມຈຳນົນຕໍ່ຊິວີດ ບໍ່ທໍ້ແທ້ ແມ່ໄດ້ຕັດສີນໃຈໄປແນວໜ້າ ກໍຄືລ້ອງແຈ້ງ ໃຊ້ຊີວີດແບບສ່ຽງພັຍ ຢູ່ຜູ້ດຽວຂາດພວກລູກລູກ ທີເຂົ້າໂຣງຣຽນຢູ່ກັບພໍ່ທີ່ສວັນນະເຂດໝົດທຸກຄົນ ແມ່ໃຊ້ຊິວີດຢູ່ໂດດດ່ຽວແຕ່ປີ໑໙໗໐ ຫາ໑໙໗໕ ໂດຍການເປີດຮ້ານນ້ອຍໆ ຮ້ານນື່ງທີ່ລ້ອງແຈ້ງເຂດທຸລະກັນດານ ເຂດແນວໜ້າຂອງສົງຄາມຕ້ານຍັນການແຜ່ຂະຍາຍຣັດທິຄອມມຸນີສ ແມ່ຂາຍຕຳໝາກຫຸ່ງ ແລະເຄື່ອງຫຍ່ອຍຕ່າງຽ ເປັນພາຣະກີດຕອນເຄິ່ງຊິວີດຂອງເພີນ.
ແມ່ໄດ້ແຕກເສີກຄັ້ງທີ໓ ປີວຽງຈັນແຕກ໑໙໗໕ ດັ່ງດຽວຊາວລາວຫຼາຍຫມືນໜີພັຍຄອມມຸນີສ,ແມ່ໄດ້ອົພຍົບມາຜ່ານສູນໜອງຄາຍ ແລ້ວກໍມາພົບລູກທັງ໙ ທີມາຮອດຝຣັ່ງກ່ອນແລ້ວ ແລະກໍໄດ້ມາຕັ້ງຊິວີດໃໝ່ທີ່ຝຣັ່ງເສດຈົນເຖີງມື້ສຸດທ້າຍໃນຊິວີດ ແລະໄດ້ຈາກພວກເຮົາໄປ ເປັນເວລາ ໔໕ປີ ໃຊ້ຊິວີດຢູ່ນຳລູກ ນຳຫຼານດ້ວຍຄວາມຜາສຸກມາຕະລອດ ໔໕ປີຢູ່ລາວ ໔໕ປີຢູ່ທີ່ນີ້ .
ແມ່ສົມດີໄດ້ປະກອບສວນຊ່ວຍສັງຄົມ ແລະຄໍ້າຊູວັດວາອາຣາມພຸທສາສນາມາຕະລອດ ສມັຍພໍ່
ດຳລົງເປັນຫົວໜ້າຄັງເງີນທີ່ແຂວງຊຽງຂວາງແຕ່ປີ໑໙໕໓ ຫາ ໑໙໖໐ກ່ອນຊຽງຂວາງແຕກ.ແມ່
ເປັນຄົນໃຈກ້ວງເຜື່ອແຜ່ ບໍ່ຖືຕົວ ເປັນທີຮູ້ຈັກຂອງຊາວຊຽງຂວາງເກືອບທຸກທົ່ວໜ້າ.
ແມ່ສົມດີ ໄດ້ຮັບຫລຽນ ແລະໃບຍ້ອງ “ແມ່ດີເດັ່ນ“ພ້ອມເງີນຈຳນວນນື່ງ ມອບໃຫ້ຈາກເຈົ້າແຂວງ
ແຊນແຊງເດນີ ໙໓ ໃນປີ ໒໐໑໐.
ມາບາດນີ້ ແມ່ສົມດີ ໄດ້ຈາກພວກເຮົາໄປໃນວັນ ວັນທີ ໑໑ ມົກຣາ ໒໐໒໑ ທີ່ໂຮງະຍາບານເມຶອງຕວກນັງເຂດ໗໗ ເຫຼືອໄວ້ແຕ່ຄຸນງາມ ຄວາມດີທີແມ່ໄດ້ສ້າງເອົາໄວ້ ເປັນມໍຣະດົກອັນລໍ້າຄ່າ
ປະໄວ້ໃຫ້ລູກ ໃຫ້ຫຼານເອົາໄວ້ເປັນແບບຢ່າງ ເປັນແວ່ນແຍງ ສືບຕໍ່ໄປ ເຖີງນິສັຍ ໃຈຄໍ ເວົ້າຈາປາສັຍ ອ່ອນນ້ອມ ແລະນັບຖືຄູບາອາຈານ ແລະປະຕິບັດຮິດຄອງປະເພນີລາວ,ແມ່ເຄີຍໃຊ້ຊິດຢູ່ສູງສຸດ ເທີງ“ພູຈອມເພັດ“໗ປີ ແຕ່ປີ ໑໙໕໓ ຫາ ໑໙໖໐ ແລະກໍເຄີຍຕໍ່ສູ້ອົນທົນຢູ່ຕໍາສຸດຜູ້ດຽວມາແລ້ວ
ທີ່ສູນໜອງຄາຍໃນປີ໑໙໗໕.
ແມ່ເອີຍ! ຂໍໃຫ້ແມ່ຈົ່ງໄປດີ ເຖີງທີ່ສຸກ ບົນສວັນຊັ້ນຟ້າດາວວະດືງ ບ່ອນຊີ້ນບໍ່ໄດ້ຫາ ບ່ອນປາບໍ່ໄດ້ຊື້, ຄຸນງາມຄວາມດີທີແມ່ໄດ້ມີຕໍ່ລູກຕໍຫຼານ ແລະຕໍ່ຍາຕິພີ່ນ້ອງ ຕໍ່ສັງຄົມລາວ ແລະຄໍ້າຊູວັດວາສານາມາບໍ່ໄດ້ຂາດນັ້ນ ຂໍໃຫ້ແມ່ຈົ່ງໄດ້ຮັບຜົນບຸນທີໄດ້ສ້າງມານັ້ນ ຈົ່ງໄດ້ຂື້ນໄປສູ່ສວງສວັນ ຕາມຄວາມປາຖນາຂອງແມ່,ແມຢ່າໄດ້ເປັນຫວງລູກຫຼານ,ພວກລູກຫຼານ “ຈະປູ້ມລູມ ສາມັກຄີກັນ“ດັ່ງທີແມ່ໄດ້ສັ່ງສອນພວກລູກໆເອົາໄວ້“.
ຕາມທັມມະດາຕົ້ນເດືອນ໑ນີ້ ຂອງທຸກໆປີ ແມ່ຈະເຮັດລາບປາ ແລ້ວກໍໂທສາຍຮ້ອງລູກທັງເກົ້າມາກີນລາບຕ້ອນຮັບປີໃໝ່ສເມີ“.
ສາທຸ ສາທຸ ສາທຸ. ຈາກລູກຂອງແມ່ຜູ້໓-ທ.ສີສົມເດັດ ທີບັນທືກຄວາມຊົງຈຳຂອງແມ່ສົມດີ.


https://www.facebook.com/1340410427/posts/10220070954787732/

https://www.facebook.com/713714463/posts/10158993069779464/
ພີ່ນ້ອງທາງວຽງຈັນ ໄດ້ທຳພິທີຕັດບາດ -ຖວາຍສັງຄະທານຫາແມ່ສົມດີ

























