ພິທີທາງສາສນາ ແລະຮູບພາບໃນການຈາກໄປຂອງ“ສີສົມຄາມ ສີຫານາດ ໃນວັນເສົາ ວັນທີ ໒໙ ຕຸລາ ໒໐໒໒ ~ * ໑໕-໑໒/໑໙໕໓ ~ ໒໙/໑໐/໒໐໒໒

https://www.facebook.com/1340410427/posts/pfbid0P98hUGKGhTMat4VyPZ9PqzyLmVVa9KWfn9pE5yWehDKfVBDwwQtPeQEo3t1CSx9Bl/ ຊິວະປະວັດໂດຍຫຍໍ້ : ຊິວະປະວັດຂອງ”ສີສົມຄາມ ສີຫານາດ” ໑໙໕໓ ~໒໐໒໒ ສີສົມຄາມ ເກີດເມື່ອວັນທີ ໑໕ ທັນວາ ໑໙໕໓ ທີ່ເມືອງຊຳເໜືອ ແຂວງຫົວພັນ,ເປັນລູກຊາຍຜູ້ທີ໒ ຂອງມື້ລາງພໍ່ສີພັນ ສີຫານາດ ແລະແມ່ສົມດີ ວິໄຊສຸກ,ມີອ້າຍນ້ອງນຳກນທັງໝົດ ໑໒ຄົນ : ໑.ອ້າຍກົກ ສີສົມນືກ ໒.ຜູ້ກ່ຽວ ໓.ສີສົມເດດ ໔.ສີສະມອນ ໕.ສີສະວັນ(ສຊວ)໖.ສີສະຫງວນ ໗.ສີສົມສັກ ໘.ສີສະອາດ ໙.ສີສົມພານ ໑໐.ພວນສວັນ ໑໑.ເພັດສວັນ ໑໒.ພັກສວັນ.  “ສີສົມຄາມ”ໄດ້ກຳເນີດທ້າມກາງສົງຄາມໃນຂະນະນັ້ນ,ພໍເກີດໄດ້ສອງມື້ ຳຊຳເໜືອ ກໍແຕກ ອາວເຂີຍ ຖະນອມ ພະຂີນ ນາຍທະຫານ ໄດ້ໃຫ້ທະຫານຂອງເພີ່ນເອົາຂີ່ຫຼັງມ້າຜ່າຍເສີກ ອອກຈາກຊຳເໜືອເດີນທາງຍ່າງຜ່ານອຸປສັກມາຫາໂພນສວັນ ເມືອງແປກ ແວງຊຽງຂວາງ ນະບ້ານາວັງ ບ້ານປູຊື່ງດຳລົງຕຳແໜ່ງເປັນຕາແສງກັດເຂດເສຣີຂອງຝ່າຍພຣະຣາຊະອານາຈັກລາວ.ໄດ້ເຂົ້າໂຮງຮຽນອານຸບານທີ່ເມືອງຄູນ ຈົນຮອດປີ ໙-໘ ໑໙໖໐, ເມືອງຄູນ ແຕກ ພໍ່ໄດ້ສົ່ງອ້າຍ ແລະນ້ອງຊາຍ~ນາງສາວທັງໝົດ ໖ຄົນ ແລະແມ່ມາຢູ່ນຳພໍ່ປູ ແມ່ຍ່າທີ່ໂພນສວັນ ຈົນຮອດປີສັນຍາໂຮມລາວຄັ້ງທີ໒ ປີ ໑໙໖໒ ຈື່ງໄດ້ອົພຍົບລົງມາຢູ່ວຽງຈັນ ໄດ້ເຂົ້າຮຽນຢູ່ໂຮງຮຽນຖົມຈົນເຖີງປີ ໑໙໗໐ ໄດ້ໄປເຂົ້າມັທຍົມທີ່ທ່າແຂກ ຢູ່ນຳພີ່ນ້ອງຄອບຄົວຍາພໍ່ຫຼ້ານ້ອຍ ພໍ່ຂອງອ້າຍສີລາວົງ ແລະປີຕໍ່ໄປໄດ້ຕີດຕາມພໍ່ທີ່ໄປປະຈຳການຢູ່ສວັນນະເຂດໄດ້ເຂົ້າຮໍ່າຮຽນຕໍ່ທີ່ວິທະຍາລັຍສວັນນະເຂດ ແລະສົກປີ ໑໙໗໔-໗໕ ພໍ່ໄດ້ສີ້ນກົດປະຈຳການ ໄດ້ກັບຂື້ນມາຢູ່ວຽງຈັນ ໄດ້ເຂົ້າຮຽນຕໍ່ ມໍ໖ ທີ່ວິທະຍາລັຍວຽງຈັນ ແລະໃນປີ ໑໙໗໕ ເມືອງລາວ ໄດ້ແຕກອີກ ເລີຍໄດ້ປະຈົນພັຍຂີ່ເຮືອຈ້າງຂ້າມຂອງ ມາເປັນອົພຍົບຢູ່ສູນອົພຍົບໜອງຄາຍ ໄດ້ໃຊ້ຊິວີດ໖ເດືອນໃນສູນ ແລະໄດ້ເດີນທາງມາຝຣັ່ງເສດ ໃນເດືອນ ພຶສພາ ໑໙໗໖ ,ໄດ້ໃຊ້ຊິວີດຢູ່ຝຣັ່ງເສດ ໄດ້ສ້າງຄອບຄົວ ພັລຍາ ຍນ.ບຸບຜານາລີ ສໍ.ພາບມີໄຊ ແລະມີບຸດຊາຍທ້າວຄຣີສຕົບ ແລະບຸດຍີງນາງສຸຣິນາ(ຊູລີ) ຮ່ວມກັນ. “ສີສົມຄາມ” ໄດ້ຈາກໄປໃນເຊົ້າວັນເສົາ ເວລາ ໖ໂມງ໔໕ ເຊົ້າ ຂອງວັນທີ ໒໙ ຕຸລາ ໒໐໒໒ ທີ່ໂຮງພະຍາບານ ຣວມອາຍຸໄດ້ ໖໙ປີ. ມື້ນີ້ ເອື້ອຍອ້າຍນ້ອງ ລູກຫຼານ ພ້ອມໝູ່ເພື່ອນ ຍາຕິພີ່ນ້ອງ ໄດ້ມາໂຣມກັນທີນີ້ ເພື່ອສົ່ງ”ສີສົມຄາມ” ໄປສູ່ສຸຂະຕິພົບ ບົນສວງສວັນຊັ້ນຟ້າດາວວະດືງ.ສາທຸ ສາທຸ ສາທຸ  Biographie : Biographie de “Sisomkhram Syhanath” 1953 ~ 2022

Read more