“ຕະກຸນ ສີຫານາດສ໌” ຈາກການບອກຂອງພໍ່ອາວປູ່ຕາແສງກັດຄົນສຸດທ້າຍກ່ອນບ້ານເມືອງຖືກຍືດຄອງຈາກຣະບອບໃໝ່ເລົ່າໃຫ້ໄວ້ວ່າ : ນາມສກຸນ”ສີຫານາດສ໌ ເດີມມາຈາກ”ພໍ່ປູ່ທວດຊື່ວ່າ”ທ້າວ ສີ “ແລະແມ່ປູ່ທວດຊື່ວ່າ”ນາງ ຫາ”ນັ້ນເອງ.ນາມສກຸນນີ້”ສີຫານາດສ໌”ໄດ້ຕັ້ງຂື້ນສມັຍຝຣັ່ງເສດ ໄດ້ເຂົ້າມາເປັນປະເທດໃຫ້ຄວາມປົກປ້ອງ ເປັນທັມ ແບ່ງປັນປະເທດລາວ ອອກຈາກການຍືດຄອງຂອງໄທຍສະຍາມເປັນເວລາຍາວ
ນານເຖີງ ໑໑໕ປີ,”ຕາແສງກັດ”ໄດ້ຖືກແຕ່ງຕັ້ງໃຫ້ເປັນ”ຕາແສງນີ້”ສືບທອດກັນມາຫຼາຍເສັ້ນຄົນ ບໍ່ໄດ້ຂາດ ຈົນຮອດປີທີຊຽງຂວາງແຕກໃນປີ ໑໙໖໐ ຈາກຍືດຄອງຂອງຝ່າຍຜະເດັດການແນວລາວຂາຍຊາຕ.
“ພະຍາປູ່ເມືອງສູນ”ເປັນນາຍທະຫານຂອງເຈົ້າຊີວີດ”ເມືອງພວນ”ສມັຍຍັງມີອານາຈັກພວນ ກ່ອນ ໑໙໐໐ ກໍຄືແຂວງ”ຊຽງຂວາງ”ໃນປະຈຸ
ບັນ,ຊື່ງໃນຂນະນັ້ນປະເທດລາວເຮົາຍັງບໍ່ໄດ້ທ້ອນໂຣມກັນເທື່ອ.ພະຍາປູ່ເມືອງສູນ ເປັນຜູ້ນື່ງທີມີຊື່ສຽງໂດງດັງ ກ້າຫານ ປາບຂ້າເສີກສັຕຮູໄດ້ລາບຄາບ.ເມືອງພວນ ແລະຫຼວງພຣະບາງ ມັກມີເຮື່ອງບໍ່ໄຄ່ຖືກຕ້ອງຄ່ອງກັນ ມີການໂຈມຕີຊື່ງກັນແລະກັນເລື້ອຽມາ ສອງຝ່າຍເມື່ອຣົບກັນດທື່ອໃດ ຕ່າງຝ່າຍກໍເສັຍໄພ່ພົນໂຍທາໄປຕາມໆກັນ ສຸດທ້າຍ ຈື່ງຕົກລົງ ເອົາຫົວໜ້າແມ່ທັບຕີກັນ ທາງເມືອງພວນເຮົາ ເຈົ້າຊີວີດເມືອງພວນ ເລືອກເອົາ”ພະຍາປູ່ເມືອງສູນ”ເປັນຫົວໜ້າ ຣົບກັນຢູ່ນໍ້າ ຣະວ່າງເດືອນເກົ້າລາວ ນໍ້ານອງເຕັມຝັງ ,ສອງຝ່າຍສັນຍາມື້ອື່ນເຊົ້າຣົບກັນ.ແຕ່ພະ
ຍາປູ່ເມືອງສູນ ອົດກັ້ນຄວາມໂກດບໍ່ໄດ້ ຕອນກາງຄືນ ເພີ່ນຖືເອົາກອກດວງນື່ງ ງ້າວດວງນື່ງ ໂດດລົງນໍ້າ ຂ້າມໄປຫາຂ້າເສີກ ປາກເພີ່ນຄາບເອົາຫອກ ງ້າວພາຍເອົາ ທາງກອງທັບພວນ ຈີງເອີ້ນສົ່ງສັນຍານບອກກອງທັບເມືອງຫຼວງໃຫ້ຕຽມຕົວ ພວກທັບເມືອງຫຼວງທັງນາຍຜູ້ເປັນຫົວທະຫານມາກມາຍ ຕຽມຕົວຮັບມື ພະຍາປູ່ ຂື້ນພົ້ນຝັ່ງນໍ້າຂ້າເສີກ ຕໍ້ສູ້ສຸດຢ່າງສຸດສາມາດ ທັງບ່າວ ແລະນາຍ ແຕ່ກໍເອົາຊນະບໍ່ໄດ້ ຖືກປູ່ເມືອງສູນຂ້າຫົວໜ້າຂ້າເສີກໄດ້ຢ່າງວອງໄວ ກອງທັບຝ່າຍຂ້າເສີກຫວັງແກ້ມື ມີການໂຈມຕີອົນເວັງກັນ ທ້າຍສຸດກອງທັບເມືອງຫຼວງ ແຕກເສັຍໄຊ.ຫຼັງຈາກນັ້ນມາ ຈື່ງມີຄວາມສງົບ.ປູເມືອງສູນຕັ້ງເຮືອນຊານຢູ່ບ້ານ”ລີ່” ບ່ອນຢູ່ແທ້ໆແມ່ນບ້ານສວນຫຼວງ .ຕໍ່ມາມີເສືອໂຄ້ງ ຕົວຮ້າຍກາດ ກັດກີນງົວຄວາຍອັນຣະໂຕສອງໂຕ ລຽນຕີດກັນ ບໍ່ເວັ້ນແຕ່ຣະວັນ ສຸດກຳລັງໄທບ້ານປາບບໍ່ໄດ້ ເຈົ້າໜ້າທີ່ຈື່ງຣາຍງານຮອດເຈົ້າຊີວິດເມືອງພວນຊຽງຂວາງ ເພີ້ນຈື່ງມາຄຳສັ່ງ ແລະສົ່ງທະຫານ ໑໐ ຄົນມາຊ່ວຍ ໃຫ້ປູ່ເມືອງສູນເປັນຜູ້ລົງມືປາບ ເພີ່ນຕົກລົງ ຈະສາມາດຈັບເສືອໃຫ້ໄດ້ ແຕ່ເພີ່ນບໍ່ມີສີດເອົາອາວຸດຟັນແທງເສືອນັ້ນໄດ້ ຖ້າເພີ່ນຟັນ ແທງ ເສືອ ເສືອກໍຈະກັດເພີ່ນ ໃຫ້ເລືອດຕົກຢາງອອກຮັບແຕ່ຈັບໃຫ້ ໃຫ້ພວກທະຫານມາພຸ້ນ ແທງໃຫ້ຕາຍຕົກລົງກັນຮຽບຮ້ອຍ ຢາຍຄົນອ້ອມສອງຝັ່ງຫ້ວຍ ປູ່ເມືອງສູນ ກໍເຂົ້າໄປຫາບ່ອນເສືອຢູ່ ເລີຍໄດ້ຣົບກູມກັນເພີ່ນລໍ້ເສືອໃຫ້ຕີດຕາມອອກມາເຖີງແຄມປ່າ ທີ່ຣາບພຽງ ຄັນໄດ້ທີແລ້ວ ຈັບກູມກັນຢ່າງສຸດສາມາດ ທ້າຍທີເພີ່ນຂື້ນຂີ່ຫຼັງເສືອໄດ້ຢ່າງແໜ້ນໜາ ເອີ້ນເອົາບ່າວກ້າທະຫານ ໃຫ້ມາຊ່ວຍ ກໍບໍ່ມີຜູ້ໃດກ້າເຂົ້າໄປຊ່ວຍເພີ່ນໄດ້ ທ້າຍສຸດ ເພີ່ນຈື່ງຕັດສີ້ນໃຈເອົາມືຊູກເຂົ້າໄປປາກເສືອ ດືງເອົາເຄື່ອງໃນອອກ ຈົນເສືອຂາດໃຈຕາຍກັບທີ່ .ພະຍາປູ່ເມືອງສູນ ຈື່ງເມື່ອ ລາຍງານຕໍ່ເຈົ້າຊີວີດຊຽງຂວາງ ເພີ່ນປັບໃໝພວກທະຫານເຫຼົ່ານັ້ນ ແລະປະທານລາງວັນໃຫ້ປູ່ເມືອງສູນ “ມີສິດຄູ້ມຄອງປະຊາຊົນ”ບ້ານລີ່ ບ້ານໂງຍ”ຂື້ນກັບເພີ່ນຕຼອດຊີວີດຂອງເພີ່ນ ,ເພີ່ນມີວິຊາກ້າຄົງພະລັງແຮງ.
ພໍ່”ທ້າວສີ” ຫຼານຊາຍ ເປັນເດັກນ້ອຍໄປຢາມ ອາຍຸປະມານ ສີບປີ ເພີ່ນຫອບເອົາພໍ່ປູ່ທ້າວສີ ໂຍນຫຼີ້ນຄືໝາກບານ ໂຍນເບື້ອງຊາຍ ເບື້ອງຂວາຮັບ.“ຍາປູ່ບ້ານນາແພງ” ກໍໄດ້ສືບຕະກູນຕໍ່ປູ່ເມືອງສູນ “ເປັນອົງວ້ຽນກັດ” ກໍຄືເຈົ້າເມືອງໃນສະມັຍຫຼັງຈາກ”ເສີກຫໍ້ ຕໍ່ເສີກໄທຍສະຍາມ”.
ຕໍ່ຈາກນັ້ນ ກໍແມ່ນສະມັຍ”ປູ່ທ້າວສີ”ສືບຕະກູນສມັຍຝຣັ່ງເສດເຂົ້າມາປົກຄອງລາວເຮົາໄດ້ຮັບຮາຊການເປັນ”ຕາແສງ”.
“ທ້າວທີດບົວພັນ” ໄດ້ສືບທອດເປັນ”ຕາແສງກັດ”ຈົນພົ້ນກະສຽນ ແລະໄດ້ເສັຽຊີວີດໃນປີ ໑໙໕໘ ທີ່”ນາວັງ”ຄັງລາດ ບ້ານຢອນ ໂພນສວັນ ເມືອງແປກແຂວງຊຽງຂວາງ ແລະແມ່ນ”ພໍ່ປູ່ອາວ ຄຳພັນ”ໄດ້ສືບຕໍ່ເປັນ”ຕາແສງກັດ”ແທນຈົນຊຽງແຂວງແຕກ ໂພນສວັນກາຍເປັນເຂດຍຶດຄອງປົດປ່ອຍຂອງຄນະແນວລາວ.
ຫຼັງຈາກການໂຣມລາວຄັ້ງທີ ໒ ໃນປີ ໑໙໖໒ “ຕະກູນສີຫານາດສ໌”ໄດ້ອົພຍົບ ລົງມາຕັ້ງຊີວີດໃໝ່ທີ່”ວຈ” ແລະໃນປີ ໑໙໗໕ ວຽງຈັນຖືກຍືດອຳນາດ ຄົນໃນຕະກູນ”ສີຫານາດສ໌”ສ່ວນນື່ງ ກໍໄດ້ອົພຍົບໄປປະເທດທີ ໓ ,ສ່ວນຫຼາຍຜູ້ທີໜີບໍ່ທັນ ກໍຈຳເປັນໄດ້ຢູ່ໃນລາວຕໍ່. (ຈົບ)
ຣຽບຮຽງຈາກ”ລູກຫຼານນໍ້າກັດ ພູພຣະຫານ ບ້ານນາວັງ”ຂັດອອກມາຈາກປື້ມ”ປະວັດ ຄວາມເປັນມາຂອງ”ຕະກຸນ ສີຫານາດສ໌”

ພິທີສົ່ງສະການພໍ່ເຖົ່າທີດບົວພັນ ສີຫານາດ ທີ່ຄັງລາດ ບ້ານຢອນ ໂພນສວັນ-ແຂວງຊຽງຂວາງໃນປີ ໑໙໕໘-les funérailles de notre grand-père ,Mr thit Bouaphanh Syhanath a phonsavanh xiengkhouang en 1958
[ເອກກະສານຕົ້ນສບັບດັ່ງເດີມ ຂຽນຈາກປູ່ອາວຄຳພັນ ສີຫານາດ ຕາແສງກັດ ຕອນອາຍຸໄດ້ ໘໒ປີ ຢູ່ ວຽງຈັນ]














ບວດເພື່ອທົດແທນບຸນຄຸນໃຫ້ພໍ່ແມ່ໄດ້ບວດເປັນພຣະຄັ້ງທຳອິດ ໃນປີ ໑໙໘໔ທີ່ວັດເວລຸວະນາຣາມ໑ ແຫ່ງເມືອງວິລີເອ ເລີແບນ ເຂດ ໙໕ ໂດຍມີອາຈານສຸກ ບົວຫອມເປັນພຣະອຸປະຊາ ເພີ່ນໄດ້ຕັ້ງຊື່ໃຫ້ເປັນ”ເຕຊະ ທັມໂມ”
ຄວາມເປັນມາຂອງຕະກຸນສີຫານາດ :
chrome://external-file/Microsoft%20Word%20-%20THE%20SYHANATH%20FAMILY.doc.pdf
chrome://external-file/Microsoft%20Word%20-%20THE%20SYHANATH%20FAMILY.doc.pdf