ລາວແມ່ນ 1 ໃນ 14 ປະເທດ ທີ່ຖືກທົບທວນ ໂດຍສະພາ ສິດທິມະນຸດ ສປຊ !! ສະພາສິດທິມະນຸດແຫ່ງສະຫະປະຊາຊາດ (UNHRC) ກຳນົດໃຫ້ ສປປ ລາວ ເປັນ ປະເທດໜຶ່ງ ຈາກທັງໝົດ 14 ປະເທດທີ່ໄດ້ຖືກພິຈາລະນາທົບທວນ ກ່ຽວກັບສະພາບ ການດ້ານສິດທິມະນຸດ ໃນລະຫວ່າງກອງປະຊຸມຄັ້ງທີ 21 ທີ່ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 19 ມັງກອນ ແລະໄດ້ດຳເນີນການປະຊຸມຕໍ່ໄປຈົນເຖິງ ວັນທີ 30 ມັງກອນມື້ນີ້ ທີ່ນະຄອນເຈນີວາ ປະເທດສະວິສເຊີແລນ. ໂດຍທີ່ຖືເປັນຄວາມເຄື່ອນໄຫວ ທີ່ສຳຄັນທີ່ກ່ຽວຂ້ອງກັບລາວ ໃນກອງປະຊຸມຄັ້ງນີ້ ກໍຄື ກໍລະນີ ທີ່ອົງການ Human Right Watch ໄດ້ປະກາດທ່າທີຢ່າງຊັດເຈນວ່າ ຕົນໄດ້ນຳ ສະເໜີກໍລະນີບັນຫາການຫາຍຕົວໄປ ຂອງ ທ່ານສົມບັດ ສົມພອນ ນັກພັດທະນາລາວ ທີ່ດີເດັ່ນຂອງອາຊ່ຽນ ເຂົ້າສູ່ການພິຈາລະນາທົບທວນ ໃນຄັ້ງນີ້ດ້ວຍ ທັງນີ້ ໂດຍເນັ້ນ ໜັກເນື້ອໃນສຳຄັນ ເຖິງຄວາມບໍ່ເອົາໃຈໃສ່ ຂອງທາງການລາວ ຕໍ່ບັນຫາດັ່ງກ່າວນີ້ ລວມ ເຖິງການຈຳກັດສິດທິພົນລະເມືອງລາວ ທັງໃນການສະແດງຄວາມຄິດເຫັນ ແລະການ ສະແດງອອກທາງການເມືອງຕາມລັດຖະທຳມະນູນດ້ວຍ. ກ່ອນໜ້ານີ້ ບັນດານັກເຄື່ອນໄຫວ ເພື່ອປົກປ້ອງສິດທິມະນຸດຂອງ 82 ອົງການຈາກ ທົ່ວໂລກ ໄດ້ຮ່ວມກັນລົງນາມ ໃນຖະແຫລງການ ທີ່ໄດ້ສົ່ງເຖິງບັນດາລັດຖະບານຂອງ ປະເທດສະມາຊິກຂອງອາຊ່ຽນ ຢ່າງເປັນທາງການເມື່ອວັນທີ 15 ທັນວາ 2014 ອັນເປັນ ວັນຄົບຮອບ 2 ປີ ຂອງການຫາຍຕົວໄປຢ່າງບໍ່ມີຮ່ອງຮອຍ ຂອງທ່ານສົມບັດ ສົມພອນ. (ບັນດານັກເຄື່ອນໄຫວ ໄດ້ປຸກລະດົມ ຮຽກຮ້ອງໃຫ້ ລັດຖະບານລາວ ຊອກຫາ ທ່ານສົມບັດ ສົມພອນ ແລ້ວນຳເອົາທ່ານກັບຄືນມາ ຢ່າງປອດໄພ.) ໂດຍຖະແຫລງການດັ່ງກ່າວ ໄດ້ຮຽກຮ້ອງຂໍໃຫ້ລັດຖະບານ ຂອງທຸກປະເທດ ໃນອາຊ່ຽນຈົ່ງໄດ້ຮ່ວມກັນ ດຳເນີນມາດ ຕະການກົດດັນລັດຖະບານລາວ ຕໍ່ກໍລະນີທີ່ໄດ້ມີການລະ ເມີດສິດທິມະນຸດໃນລາວ ຢ່າງຮຸນແຮງ ທັງຍັງບໍ່ໄດ້ດຳເນີນ ມາດຕະການຢ່າງຈິງຈັງ ໃນການສືບສວນຫາຄວາມຈິງ ແລະ ຕິດຕາມຫາທ່ານສົມບັດ ທີ່ຖືກຄວບຄຸມຕົວໄປ ຈາກດ່ານ ຕຳຫລວດແຫ່ງໜຶ່ງ ໃນນະຄອນຫລວງວຽງຈັນ ນັບແຕ່ຕອນ ແລງວັນທີ 15 ທັນວາ 2012 ເປັນຕົ້ນມາ ແລະຈົນເຖິງປັດຈຸບັນນີ້ ກໍຍັງຄົງບໍ່ຮູ້ຊະຕາກຳ ຂອງທ່ານສົມບັດ ແຕ່ຢ່າງໃດ. ບັນດາອົງການປົກປ້ອງສິດທິມະນຸດສາກົນ ໄດ້ໃຫ້ເຫດຜົນວ່າ ສາເຫດ ທີ່ລັດຖະບານ ອາຊ່ຽນທັງກຸ່ມ ຈະຕ້ອງກົດດັນຕໍ່ລັດຖະບານລາວນັ້ນ ກໍລັດຖະບານລາວນັ້ນ ກໍເພາະວ່າ ກໍລະນີການຫາຍຕົວໄປຂອງທ່ານສົມບັດ ນີ້ ບໍ່ໄດ້ເປັນພຽງບັນຫາພາຍໃນລາວເທົ່ານັ້ນ ຫາກແຕ່ຖືເປັນພາລະໜ້າທີ່ ຂອງທັງກຸ່ມອາຊ່ຽນທີ່ຈະຕ້ອງຮ່ວມກັນ ເພື່ອຄົ້ນຫາຄວາມຈິງ ທີ່ເກີດຂຶ້ນໃນລາວ ທີ່ເປັນປະເທດສະມາຊິກຂອງກຸ່ມອາຊ່ຽນດ້ວຍ ດັ່ງທີ່ທ່ານຈັກໄຊ ໂສມທອງດີ ນັກເຄື່ອນໄຫວພາກປະຊາສັງຄົມໃນອາຊ່ຽນ ໄດ້ໃຫ້ການອະທິບາຍວ່າ: “ຂ້າພະເຈົ້າຄິດວ່າເລື້ອງນີ້ ບໍ່ແມ່ນເລື້ອງຂອງປະເທດລາວປະເທດດຽວ ເລື້ອງ ນີ້ເປັນເລື້ອງຂອງ ໜ້າທີ່ຂອງພູມິພາກນີ້ຮ່ວມກັນ ຄວາມຮັບຜິດຊອບຮ່ວມກັນ ຈຳ ເປັນທີ່ຈະຕ້ອງເກີດຂຶ້ນ ເພາະສະນັ້ນ ລັດຖະບານໄທ ແລະລັດຖະບານປະຊາຄົມ ອາຊ່ຽນ ຊຶ່ງຕອນນີ້ ເຮົາຊຸກດັນເປີດການຄ້າເສລີ ໜ້າຈະສະແດງອອກຈຸດຢືນ ເຫຼົ່ານີ້ຮ່ວມກັນ.” ທາງດ້ານທ່ານນາງ Ng Shui Meng ພັນລະຍາຊາວສິງກະໂປ ຂອງທ່ານສົມບັດ ກໍໄດ້ຮຽກຮ້ອງ ຂໍໃຫ້ຜູ້ທີ່ຮັກຄວາມເປັນທຳທັງໃນລາວ ແລະຕ່າງປະເທດຈົ່ງໄດ້ພາກັນສືບຕໍ່ຂຽນຈົດໝາຍເຖິງ ທ່ານສົມບັດ ທີ່ມີເນື້ອຫາກ່ຽວກັບຊີວິດ ຜົນງານ ແນວຄິດ ອຸດົມການ ແລະວິທີການປະຕິບັດງານ ຂອງທ່ານສົມບັດ ເພື່ອເຜີຍແຜ່ອອກສູ່ການຮຽນຮູ້ ຂອງເຍົາວະຊົນ ແລະສາທາລະນະຊົນ ໃນວົງ ກວ້າງຕໍ່ໄປ ຢ່າງບໍ່ຢຸດຢັ້ງ ໂດຍຖືວ່າເປັນກິດຈະກຳໜຶ່ງ ເພື່ອທວງຖາມຄວາມຍຸດຕິທຳ ໃຫ້ກັບທ່ານສົມບັດ ນັ້ນເອງ. ທັງນີ້ ໂດຍກໍລະນີ້ທີ່ສະທ້ອນໃຫ້ເຫັນເຖິງຄວາມບໍ່ຈິງຈັງ ຂອງທາງການລາວ ໄດ້ຢ່າງຊັດເຈນ ກໍຄືການທີ່ ບໍ່ໄດ້ໃຊ້ປະໂຫຍດຈາກພາບທີ່ກ້ອງວົງຈອນປິດ ຂອງທາງການລາວບັນທຶກໄວ້ໄດ້ ໃນຕອນແລງຂອງວັນທີ 15 ທັນວາ 2012 ຊຶ່ງເປັນມື້ທີ່ທ່ານສົມບັດ ຖືກລັກພາຕົວໄປຈາກປ້ອມຕຳຫລວດໃນເຂດນະຄອນຫລວງວຽງຈັນ. ກ່ອນໜ້ານີ້ ພັນເອກ ເພັງສະຫວັນ ທິບພະວົງໄຊ ຮອງຫົວວໜ້າກົມໃຫຍ່ຕຳຫລວດ ກະຊວງປ້ອງກັນຄວາມ ສະງົບພາຍໃນ ກໍໄດ້ຖະແຫລງຢືນຢັນວ່າ ທ່າງການລາວໄດ້ດຳເນີນການສືບສວນສອບສວນ ເພື່ອຄົ້ນຫາຄວາມ ຈິງກ່ຽວກັບກໍລະນີດັ່ງກ່າວນີ້ ຢູ່ເລື້ອຍມາ ຫາກແຕ່ວ່າ ກໍຍັງບໍ່ມີຄວາມຄືບໜ້າແຕ່ຢ່າງໃດເລີຍ. ( laovoanews.com - ຂ່າວຈາກ ສຽງອະເມຣິກາ ) |