![]() ![]() |
ຄຳຮ້ອງທຸກຈາກພັລຍາ ຂອງທ່ານສົມບັດ !! ຮຽນ: ບັນດາທ່ານທີນັບຖື ເລື່ອງ: ຂໍຄວາມຊ່ວຍເຫຼືອ ຕິດຕາມ ການດຳເນີນການ ສືບຂ່າວ ຊອກຫາ ຄົນຫາຍ ຂອງ ເຈົ້າໜ້າທີ່. (ໝາຍເຫດ ສໍານວນ ຄໍາຮ້ອງທຸກນີ້ ມາຈາກ ທາງແວັບໄຊຕ໌ ຂອງ sombath.org) AFP/Somphone family ຮູປຖ່າຍໃນປີ 2005 ທ່ານສົມບັດ ສົມພອນ ໃນປະເທດ ຟີລິປປິນ ຂ້າພະເຈົ້າ ນາງ ອຶງ ຊຸຍມິງ, ປະຈຸບັນຢູ່ບ້ານ ໂຄກນິນ, ເມືອງ ສີສັດຕະນາກ ນະຄອນຫຼວງ ວຽງຈັນ. ມີຈຸດປະສົງ ຂໍຮ້ອງທຸກ ມາຍັງ ທ່ານ ແລະນີ້ກໍເປັນ ຄຳຮ້ອງທຸກ ສະບັບທີສາມ ທີ່ຂ້າພະເຈົ້າ ໄດ້ຂຽນຂຶ້ນ ໃນເລື່ອງ: ການຂໍຄວາມຊ່ວຍເຫຼືອ ຕິດຕາມ ການດຳເນີນການ ສືບຂ່າວຊອກຫາ ການຫາຍຕົວ ຂອງ ສາມີ ຊື່ ທ້າວ ສົມບັດ ສົມພອນ, ອາຍຸ 60 ປີ, ທີ່ໄດ້ຫາຍຕົວໄປ ໃນວັນທີ 15 ທັນວາ 2012. ມື້ນີ້ເປັນມື້ທີ 45 ຫລັງຈາກ ສາມີ ຂອງຂ້າພະເຈົ້າ ໄດ້ຫາຍຕົວໄປ ແລະ ຂ້າພະເຈົ້າ ເຮັດທຸກຢ່າງ ທີ່ເປັນການຮ່ວມມື ກັບເຈົ້າໜ້າທີ່ ຕຳຫລວດ ໃນການໃຫ້ ຂໍ້ມູນ ເພື່ອຊ່ວຍ ໃນການສືບຫາຕົວ ສາມີ ຂອງຂ້າພະເຈົ້າ ໃຫ້ໄວ ເທົ່າທີ່ຈະໄວໄດ້. ຂ້າພະເຈົ້າເອງ ກໍໄດ້ພົບກັບ ທ່ານ ຮອງປະທານ ສະພາແຫ່ງຊາດ ແລະ ພະນັກງານ ຂອງສະພາເອງ ເພື່ອຍື່ນຄຳຮ້ອງທຸກ ຕໍ່ສະພາແຫ່ງຊາດ ໃນນາມ ຂອງປະຊາຊົນ ເພື່ອຜັກດັນ ການສືບຫາ ໃຫ້ໄວຂຶ້ນ. ແຕ່ເຖີງຢ່າງໃດກໍ່ດີ ທຸກຂໍ້ມູນ ແລະ ທຸກຂະບວນການ ທີ່ຂ້າພະເຈົ້າ ໄດ້ເຮັດລົງໄປນັ້ນ ກໍບໍ່ໄດ້ຮັບ ຄວາມຄືບໜ້າ ຫຍັງທັງໝົດ ກ່ຽວກັບ ການສືບຂ່າວ, ນອກຈາກ ຖະແຫລງການ ທີ່ເຈົ້າໜ້າທີ່ ໄດ້ບອກ ທາງສື່ມວນຊົນວ່າ ”ປະຈຸບັນ ເຈົ້າໜ້າທີ່ ກໍາລັງ ທໍາການສືບຫາ” ຍັງມີອີກບາງປະເດັນດັ່ງລຸ່ມນີ້ທີ່ຂ້າພະເຈົ້າຍັງບໍ່ທັນໄດ້ຮັບຄຳຕອບທີ່ຊັດເຈນຄື: 1.ເຈົ້າໜ້າທີ ສືບສວນ ໄດ້ສອບຖາມຫຍັງແດ່ ຕໍ່ກັບຕຳຫລວດ ທີ່ໄດ້ຢຸດລົດ ຂອງສາມີ ຂ້າພະເຈົ້າ ໃນຕອນແລງ ຂອງວັນທີ 15 ທັນວາ 2012? ເຈົ້າໜ້າທີ່ ໄດ້ຖາມບໍ່ວ່າ ເກີດຫຍັງຂຶ້ນ ໃນມື້ນັ້ນ ແລະ ພວກເຂົາໄດ້ເຫັນ ແລະ ໄດ້ຮູ້ ຫຍັງແດ່? 2.ບໍ່ຮູ້ວ່າ ຄົນຂີ່ລົດຈັກ ທີ່ໄດ້ຂັບລົດຈິບ ຂອງ ສົມບັດ ໄປນັ້ນ ໄດ້ຖືກສືບຖາມ ແລະ ຂະຫຍາຍຜົນ ແນວໃດ? 3.ລົດຈິບ ຂອງສົມບັດ (ເລກທະບຽນ ກກ.2624) ໄດ້ຖືກພົບເຫັນ ຫລືຍັງ? 4.ບໍ່ຮູ້ວ່າ ລົດກະບະ ສີຂາວ ທີ່ໄດ້ຂັບມາຈອດ ຢູ່ປ້ອມຕຳຫລວດ ແລະ ຮັບເອົາຕົວສາມີ ຂອງຂ້າພະເຈົ້າ ໄປນັ້ນ ໄດ້ຖືກ ຂະຫຍາຍຜົນ ຕື່ມແນວໃດ? 5.ແລ້ວຄົນຂັບລົດ ກະບະສີຂາວນັ້ນ ໄດ້ຖືກສອບຖາມ ແລະ ຂະຫຍາຍຜົນ ຫລືຍັງ? 6.ຖ້າຫາກວ່າ ແຟ້ມພາບ ຈາກກ້ອງ ວົງຈອນປິດ ຫາກເຫັນບໍ່ຊັດເຈນ ຕາມການລາຍງານ ຂອງເຈົ້າໜ້າທີ່, ບໍ່ຮູ້ວ່າ ທາງກະຊວງ ປ້ອງກັນ ຄວາມສະຫງົບ ໄດ້ຂໍຄວາມຊ່ວຍເຫລືອ ດ້ານເຕັກນິກ ຈາກ ລັດຖະບານ ອື່ນຫລື ອົງການ ສາກົນອື່ນໆ ຫລືບໍ່? ແລ້ວກ້ອງ ວົງຈອນປິດ ທີ່ຕິດຕັ້ງ ຕາມສາຍທາງ ທ່າເດື່ອ ກໍເຫັນບໍ່ຊັດເຈນ ເຊັ່ນດຽວກັນ ທັງໝົດບໍ່? 7.ບໍ່ຮູ້ວ່າ ເຈົ້າໜ້າທີ່ ຕຳຫລວດ ຂອງລາວ ໄດ້ຍົກປະເດັນນີ້ແຈ້ງ ແລະ ຂໍຄວາມຊ່ວຍເຫລືອ ຈາກ ຕຳຫລວດສາກົນ ຫລືບໍ່? ແລະໄດ້ແຈ້ງໃຫ້ ແກ່ບັນດາ ເພື່ອນບ້ານ ໃນພາກພື້ນ ຮັບຮູ້ ແລະຊອກຫາຕົວ ສົມບັດ ຫລືບໍ່? ທຸກຄຳຖາມ ຂ້າງເທິງນັ້ນ ຂ້າພະເຈົ້າ ຍັງບໍ່ທັນ ໄດ້ຮັບຄຳຕອບ ທີ່ເປັນໜ້າພໍໃຈ. ຂ້າພະເຈົ້າ ໝັ້ນໃຈວ່າ ທາງພາກ ລັດຖະບານ ແລະບັນດາ ສະຖາບັນ ປ້ອງກັນ ຄວາມສະຫງົບ ມີທ່າແຮງ ພຽງພໍ ໃນການຊອກຫາຕົວ ຂອງສົມບັດ. ດັ່ງນັ້ນ, ສ່ວນຕົວ ຂ້າພະເຈົ້າເອງ ຍັງບໍ່ທັນ ເຂົ້າໃຈ ຄັກແນ່ວ່າ ເປັນຫຍັງ ຫລັງຈາກ 45 ວັນ ຂອງການສືບຂ່າວ ຂອງ ເຈົ້າໜ້າທີ່ ຈຶ່ງບໍ່ສາມາດ ໃຫ້ຂໍ້ມູນ ທີຊັດເຈນໄດ້, ສະນັ້ນ ເຮັດໃຫ້ ຂ້າພະເຈົ້າ ອຸກໃຈເປັນທຸກ ແລະ ກັງວົນຫລາຍ. ຍັງມີອີກ ຢ່າງໜຶ່ງ ທີ່ຂ້າພະເຈົ້າ ຢາກເນັ້ນໜັກຕື່ມ ຄື ທ. ສົມບັດ ສົມພອນ ກໍ່ແມ່ນຄົນລາວ ຄົນນຶ່ງ ທີ່ມີ ສິດພາຍໃຕ້ ລັດຖະທຳມະນູນ ແລະ ກົດໝາຍ ຂອງລາວ ແລະ ມີສິດທິ ໄດ້ຮັບການ ປົກປ້ອງ ຈາກ ພັກແລະລັດ. ຖ້າຫາກວ່າ ສົມບັດ ຫາກໄດ້ກະທຳ ຄວາມຜິດແທ້ ລາວກໍ່ຄວນຖືກ ດຳເນີນ ຕາມກະບວນການ ທາງກົດໝາຍ ຢ່າງເປັນທຳ. ສຸດທ້າຍ ຂ້າພະເຈົ້າ ກໍ່ຍັງມີ ຄວາມກັງວົນ ຕໍ່ສຸຂະພາບ ຂອງສາມີ ຂອງຂ້າພະເຈົ້າ ຄືລາວມີໂລກ ປະຈຳຕົວ ທີ່ຈຳຕ້ອງ ໄດ້ກິນຢາ ແລະ ກວດສຸຂະພາບ ເປັນປະຈຳ. ຖ້າຫາກສາມີ ຂ້າພະເຈົ້າ ບໍ່ໄດ້ກິນຢາ ແລະ ກວດສຸຂະພາບ ເປັນປະຈຳ ຈະເຮັດໃຫ້ ສຸຂະພາບ ຂອງສາມີ ຂ້າພະເຈົ້າ ຊຸດໂຊມຕື່ມ ເຖິງຂັ້ນຍາກ ທີ່ຈະປິ່ນປົວ. ດັ່ງນັ້ນ, ຂ້າພະເຈົ້າ ຈຶ່ງຂໍຄວາມກະລຸນາ ມາຍັງ ພັກ ແລະລັດຖະບານ ກະລຸນາ ຮີບຮ້ອນ ໃນການໃຫ້ຂໍ້ມູນ ກ່ຽວກັບ ຄວາມຄືບໜ້າ ຂອງ ການສືບສວນ ສອບສວນ ຕໍ່ກັບ ການຫາຍໂຕໄປ ຂອງສາມີ ຂ້າພະເຈົ້າ. ແຕ່ຖ້າຫາກ ສາມີຂ້າພະເຈົ້າ ຫາກຖືກ ຄວບຄຸມຕົວ ກໍຂໍໃຫ້ ຂ້າພະເຈົ້າ ແລະ ຄອບຄົວ ໄດ້ໃຊ້ສິດ ເຂົ້າພົບ ແລະ ຢ້ຽມຢາມ ຜູ້ກ່ຽວດ້ວຍ. ຮຽນມາ ດ້ວຍຄວາມເຄົາລົບ ເປັນຢ່າງສູງ ແລະ ຫວັງວ່າທ່ານ ຈະຊ່ວຍ ພິຈາລະນາ ຕາມສົມຄວນດ້ວຍ. ວຽງຈັນ, ວັນທີ 30/01/2013 ນາຍບ້ານ, ບ້ານໂຄກນີນ ຜູ້ຮ້ອງທຸກ ນາງ ອຶງ ຊຸຍມິງ ພັນລະຍາ ຂອງ ທ່ານ ສົມບັດ ສົມພອນ ( Radio Free Asia) |