ຊາວລາວເຮົາ ຍັງພາກັນມັກງ່າຍ “ບໍ່ຮູ້ຈັກແຍກມີຕ ແຍກສັດຕຮູ “ ກາຍເປັນຄົນຄວາມຈຳເຊືອມ ພາກັນເຫັນ ແຕ່ຜົນປະໂຍດສ່ວນໂຕເປັນໃຫຍ່“, ປະເທດລາວແຕກໃນປີ ໑໙໗໕ ກໍຍ້ອນລາວເຮົາ “ເຫັນກົງຈັກເປັນດອກບົວ“ບໍ່ຮູ້ເລ້ຫລຽມຂອງພວກຜະເດັດການຄອມມຸນີສ ປະວັດສາດ ຈະຊໍ້າຮອຍອີກເທື່ອນື່ງ ການທີ“ພະສົ່ງນອກ ພະບຸນເຮັ່ງແສງພະຈັນ ໄດ້ສແດງເຈດຈຳນົງ ປະຕິບັດເປັນເຄື່ອງມືໃຫ້ທູດລາວແດງ ໄດ້“ໄມໂຄໂພນ“ໂຄສນາຊວນເຊື່ອຕາມໃຈຊອບ ໃນປາງບຸນກອງຫົດຄັ້ງວັນທີ ໒໙~໓໐ ມິຖຸນາ ໒໐໒໔ ທີ່ບອກໂດ ,ມັນບໍ່ແມ່ນເລື່ອງບັງເອີນ ເພີ່ນຕັ້ງໃຈຈັດໃຫ້ມັນຖືກມື້ດຽວ ທີຊາວລາວ“ຝ່າຍເສຣີ“ໄດ້ພາກັນຈັດ“ວັນລະລືກເຖີງເຈົ້າ ສຣີສວ່າງ ວັທນາ ທີ່ ປາຣີສ,ສັດຕຮູ ໄດ້ສແດງການລຸກລານແບບເກົ່າແບບດຽວໃນປີ ໑໙໗໕ ກໍຄື ຫລອກໃຫ້ພວກເຮົາຕົກຫລຸມ ເຊື່ອໃຈ ຕາຍໃຈ ໃນຄຳຫວານໆ ໃຫ້ຜົນປະໂຍດ ແລະຄວາມສະດວກໃນການໄປສປປລາວ.
ອັນຕະລາຍ ໄດ້ຍັບເຂົ້າມາເຖີງຕົວພວກເຮົາແລ້ວໃນຂນະນີ້,ເສຣີພາບ ກໍຈະກະເດື່ອງໄປນຳ ຕໍ່ໄປກໍຈະມີ“ລາວລີງ“ຫຼາຍຂື້ນ ຜະເດັດການຄອມມຸນີສກໍຈະຍີ້ມແຂ້ວແຫ້ງ “ພ້ອມທັງຄີດໃນໃຈວ່າ“ພວກລາວຝ່າຍເສຣີ ໜ້າໂງ ຖືກພວກ“ຜະເດັດການພວກເຮົາ ຕົວະໃຫ້ຈົນໄດ້ອີກແລ້ວ.ປັດໃຈ ຫຼືເງີນຕຮາຕ່າງປະເທດທີໄດ້ຈາກພະປ່າສາມັກຄີ“ກໍຈະຖືກນຳໄປສປປລາວ ຕົກເຂົ້າໃນແຜນການຫລອກໃຊ້ ຫາເງີນຂອງ“ທະຫານຜ້າເຫລືອງ ກໍເປັນຜົນສຳເຣັດ ຈາກທະຫານຜ້າເຫລືອງສົ່ງນອກຂອງການນຳພັກລັດ.
ຈາກພວກເຮົາ“ລາວອິສຣະຍຸກໃໝ່໒໑“
ປລ:ຂ່າວຄັດມາຈາກເພສບຸກ