🔴 ຜູ້ຊາຍທີ່ຂ້າຊາວສະວີເດນສອງຄົນໃນຖະໜົນບຣຸກແຊນ ໃນ ແບນຢ້ຽມ 🇧🇪 ໄດ້ຖືກຈັບໃນຕອນເຊົ້າວັນອັງຄານນີ້ ທີ່ເມືອງ Schaerbeek, ເມືອງທາງທິດເໜືອຂອງນະຄອນຫຼວງ.
ໄອຍະການຂອງຣັຖະບານກາງຊາວແບນຢ້ຽມກ່າວວ່າ ລາວເສັຍຊີວິດຍ້ອນການບາດເຈັບຂອງລາວ.
ການຍິງກັນ ໄດ້ມີຂຶ້ນໃນວັນຈັນທີ ໑໖ ຕຸລານີ້, ໃນຕອນແລງເວລາປະມານ ໑໙ ໂມງ ໑໕ , ໃນຂະນະທີ່ການແຂ່ງຂັນບານເຕະ ແບນຢ້ຽມ-ສວີເດນ ກຳລັງຖືກຈັດຢູ່ໃນນະຄອນຫຼວງ.
ບໍ່ມີຜູ້ເຄາະຮ້າຍຄົນໃໝ່, ແຕ່ລະດັບການເຕືອນໄພໄດ້ຍົກຂຶ້ນສູ່ລະດັບສູງສຸດ.
ຜູ້ກະທຳຜິດຂອງການໂຈມຕີ ຊື່ວ່າ Abdesalem Lassoued ຊາວຕູນິເຊັຍ ອາຍຸ ໔໕ ປີ ເປັນຜູ້
ຢູ່ຢ່າງຜິດກົດໝາຍ, ເປັນທີ່ຮູ້ກັນດີຂອງຕຳຫຼວດແບນຢ້ຽມ ກ່ຽວກັບການກະທຳການຄ້າມະນຸດ
ແລະການໂຈມຕີຕໍ່ຄວາມໝັ້ນຄົງຂອງລັດ.
➡️ ຂໍ້ມູນເພີ່ມເຕີມຄລິກທີ່ລິ້ງ: https://rfi.my/A1dR.f~ຂ່າວຈາກວິທະຍຸຝຣັ່ງສາກົນ ~RFi
