“ມື້ນີ້ ວັນທີ ໑໘ ມິຖຸນາ ໒໐໒໑ ແມ່ນວັນຄົບຮອບ໘໑ປີ ໃນການຮຽກຮ້ອງຂອງທ່ານນາຍພົນຊາກເລີ ເດີໂກນ ຈາດບີບີຊີໃນປີ ໑໙໔໐ ໃຫ້ປະຊາຊົນຝຣັ່ງເສດໃນ-ນອກ ຮ່ວມກັນຕໍ່ສູ້ປົດປ່ອຍຊາດອອກຈາກຜະເດັດການນາຊີ”

https://www.facebook.com/franceculture/videos/513967836418398/

“ຊາວລາວຫົວຊາດນິຍົມ ຄວນເອົາເປັນແບບຢ່າງ”

*** ຂໍ້ຄວາມຂ້າງລຸ່ມນີ້ ແມ່ນການຮຽກຮ້ອງໃນວັນທີ ໑໘ ມິຖຸນາ ໑໙໔໐ ຂອງທ່ານນາຍພົນຊາກເລີ ເດີໂກນ ຈາກສະຖານນີວິທະຍຸບີບີຊີຂອງປະເທດອັງກີດ ໃຫ້ຊາວຝຣັ່ງເສດທາງໃນ ແລະນອກ ໂຣມກັນເຂົ້າ ຕໍ່ສູ້ກອບກູ້ຊາດຄືນຈາກການເຂົ້າຄອບຄອງຂອງຜະເດັດການນາຊີຮີນເລີ ກ່ອນການປົດປ່ອຍໃນປີ ໑໙໔໕ ຈົນເປັນປະເທດທີມີເອກຣາດ ເສຣີພາບ ປະຊາທິປະໄຕ ນັບຖືສິດທິມະນຸດ ຈະເຣີນຮຸ່ງເຮືອງຈົນເຖີງທຸກມື້ນີ້ !!

(ຈາກ ລູກນໍ້າກັດ – ນັກຕໍ່ສູ້ເພື່ອເອກຣາດ ແລະປະຊາທິປະໄຕຂອງຊາດລາວຜູ້ນື່ງ.)

A tous les français
La France a perdu une bataille !
Mais la France n’a pas perdu la guerre!
Des gouvernants de rencontre ont pu capituler ,cédant à la panique ,
oubliant l’honneur,livrant le pays à la servitude.
Ce pendant ,rien n’est perdu !
Rien n’est perdu,parce que cette guerre est une guerre mondiale .
Dans l’univers libre,des forces immenses n’ont pas encore données .
Un jour ces forces s’écraseront l’ennemi,il faut que la France,ce jour-là ,
soit présente à la victoire.Alors elle retrouvera sa liberté et sa grandeur .
Tel est mon but! Mon seul but!
Voilà pourquoi je convie tous les français .
Où qu’ils se trouvent,à s’unir à moi dans l’action ,dans le sacrifice et
dans l’espérance .
Notre patrie est en péril de mort.
Luttons tous pour la sauver!
Vive la France !
18 juin 1940 . Général de Gaulles

       **ຮຽກຮ້ອງ**

       ເຖິງຊາວຝຣັ່ງເສດທຸກທ່ານ!

ປະເທດຝຣັ່ງເສດໄດ້ເສັຍບັ້ນຣົບ ບັ້ນນື່ງ!
ແຕ່ຝຣັ່ງເສດ ຍັງບໍ່ໄດ້ສູນເສັຍສົງຄາມເທື່ອ!
ບັນດາຜູ້ນຳ ສາມາດສະແດງຄວາມຮູ້ສຶກ, ເຮັດໃຫ້ເກີດຄວາມຕື່ນຕົກໃຈ,
ລືມກຽດຕິຍົດ, ນຳປະເທດໄປສູ່ຄວາມເປັນຂ້າທາດ.

ເຖິງຢ່າງໃດກໍ່ຕາມ, ບໍ່ມີຫຍັງສູນເສັຍໄປເທື່ອ!
ບໍ່ມີຫຍັງສູນເສັຍໄປ, ເພາະວ່າສົງຄາມນີ້ແມ່ນສົງຄາມໂລກ.
ໃນຈັກກະວານພັນທະມິດໂລກເສຣີ, ກຳລັງອັນມະຫາສານຍັງບໍ່ທັນໄດ້ມາສົມທົບກັນເຂົ້າເທື່ອ.
ມື້ໜຶ່ງ ກຳລັງເຫຼົ່ານີ້ຈະມາທັບມ້າງສັດຕູ,ຝຣັ່ງເສດຕ້ອງ, ໃນມື້ນັ້ນ,
ຈະກັບຄືນມາດ້ວຍໄຊຊະນະ, ຫຼັງຈາກນັ້ນຈະຫວນກັບຄືນ ມີສິດເສຣີພາບ ແລະຄວາມຍິ່ງໃຫຍ່ຂອງຝຣັ່ງເສດ.
ນີ້ແມ່ນເປົ້າໝາຍຂອງຂ້າພະເຈົ້າ! ເປົ້າໝາຍດຽວຂອງຂ້າພະເຈົ້າ!
ນີ້ແມ່ນເຫດຜົນທີຂ້າພະເຈົ້າ ຂໍເຊື້ອເຊີນຊາວຝຣັ່ງເສດທຸກຄົນ.
ບ່ອນໃດທີ່ພວກເຈົ້າຢູ່, ເພື່ອຮ່ວມກັບຂ້າພະເຈົ້າໃນພາລະກີດຊາດ, ໃນການເສັຍສະລະ ແລະໃນຄວາມຫວັງ.

ບ້ານເກີດເມືອງນອນຂອງພວກເຮົາ ກຳລັງຕົກຢູ່ໃນອັນຕະລາຍ ແຫ່ງຄວາມຕາຍ.
ຂໍໃຫ້ທຸກຄົນສູ້ ສູ້ສູ້ ເພື່ອຊ່ວຍຊີວິດຂອງຊາດ!

ປະເທດຝຣັ່ງເສດ ຈົງມີຊີວິດຍາວນານ!

ວັນທີ ໑໘ ມິຖຸນາ ໑໙໔໐ ນາຍພົນ ຊາກເລີ ເດີໂກນ – Général de Gaulles

……………………………………………………………………………………………………………

່່່່່່່່່່່່່່່່່່່່່່່່່່່່່່່່່່່່່່່່

                                                *.**ຮຽກຮ້ອງ***

                                               ເຖິງຊາວລາວທຸກທ່ານ!

ປະເທດລາວໄດ້ເສັຍບັ້ນຣົບ ບັ້ນນື່ງ!
ແຕ່ປະເທດລາວ ຍັງບໍ່ໄດ້ສູນເສັຍສົງຄາມ ແລະປະະທດຊາດເທື່ອ!
ບັນດາຜູ້ນຳພັກລັດ ບໍ່ສາມາດສະແດງຄວາມຮູ້ສຶກ,ເຮັດໃຫ້ເກີດຄວາມຕື່ນຕົກໃຈ,
ລືມກຽດຕິຍົດ,ນຳປະເທດໄປສູ່ຄວາມເປັນຂ້າທາດຂອງຕ່າງຊາດ.
ເຖິງຢ່າງໃດກໍ່ຕາມ, ບໍ່ມີຫຍັງສູນເສັຍໄປເທື່ອ!
ບໍ່ມີຫຍັງສູນເສັຍໄປ, ເພາະວ່າສົງຄາມນີ້ ແມ່ນສົງຄາມຕໍ່ສູ້ກັບຜະເດັດການຄອມມຸນີສ.
ໃນຈັກກະວານພັນທະມິດໂລກເສຣີ ທີມີຊາວລາວອາສັຍຢູ່ ທີເປັນກຳລັງອັນມະຫາສານ
ຍັງບໍ່ທັນໄດ້ມາສົມທົບກັນເຂົ້າເທື່ອ.
ມື້ໜຶ່ງ ກຳລັງເຫຼົ່ານີ້ຈະໂຮມກັນເຂົ້າເປັນກຳລັງດຽວ ໄປທັບມ້າງສັດຕູ,ປະເທດລາວຕ້ອງ, ໃນມື້ນັ້ນ,
ຈະກັບຄືນມາດ້ວຍໄຊຊະນະຂອງນັກຣົບເພື່ອເອກຣາດ ແລະປະຊາທິປະໄຕຂອງຊາດລາວ ຫຼັງຈາກນັ້ນຈະຫວນກັບຄືນ ມີສິດເສຣີພາບ ແລະຄວາມຍິ່ງໃຫຍ່ຂອງລາວກັບຄືນມາ.
ນີ້ແມ່ນເປົ້າໝາຍຂອງຂ້າພະເຈົ້າ! ເປົ້າໝາຍດຽວຂອງຂ້າພະເຈົ້າ!
ນີ້ແມ່ນເຫດຜົນທີຂ້າພະເຈົ້າ ຂໍເຊື້ອເຊີນຊາວລາວຫົວຊາດນິຍົມທຸກຄົນ.
ບ່ອນໃດທີ່ພວກເຈົ້າຢູ່, ເພື່ອຮ່ວມກັບຂ້າພະເຈົ້າໃນພາລະກີດຊາດ, ໃນການເສັຍສະລະ ແລະໃນຄວາມຫວັງ.

ບ້ານເກີດເມືອງນອນຂອງພວກເຮົາ ກຳລັງຕົກຢູ່ພັຍອັນຕະລາຍ ແຫ່ງຄວາມຕາຍ.
ຂໍໃຫ້ທຸກຄົນສູ້ ສູ້ສູ້ ຂັບໄລ່ຜະເດັດການຄອມມຸນີສ ໃຫ້ສີ້ນຊາກຈາກຜືນແຜ່ນດີນລາວ ເພື່ອຊ່ວຍຊີວິດຂອງຊາດລາວ!

ປະເທດລາວເຮົາ ຈົ່ງມີຊິວີດອັນຍາວນານ!

ຈາກ ລູກນໍ້າກັດ