“ມີການລັກຂົ່ນໄມ້ທ້ອນອອກນອກປະເທດຢູ່“ທາງພາກໄຕ້!

https://www.facebook.com/groups/groupesluangprabng/permalink/3078631975545696/

ເຈົ້າ​ໜ້າ​ທີ່​ຢຶດ​ໄມ້ 4 ລົດ ຄອນ​ເທນ​ເນີ ຢູ່​ແຂວງ​ອັດ​ຕະ​ປື

ເຈົ້າ​ໜ້າ​ທີ່​ສະ​ເພາະ​ກິດຢຶດ​ໄມ້ 4 ລົດ​ຄອນ​ເທນ ຢູ່​ດ່ານສາ​ກົນ​ພູ​ເກືອ ແຂວງ​ອັດ​ຕະ​ປື ໃນ​ວັນ​ທີ 1 ກໍ​ຣະ​ກະ​ດາ ທີ່​ຜ່ານ​ມາ.
ເຈົ້າ​ໜ້າ​ທີ່​ພາ​ສີ ທ່ານ​ນຶ່ງ ຜູ້​ທີ່ບໍ່​ປະ​ສົງ​ອອກ​ຊື່ ແລະ ສຽງ ໄດ້​ກ່າວ​ຕໍ່​ເອ​ເຊັຍ​ເສ​ຣີ ວ່າ: ເຈົ້າ​ໜ້າ​ທີ່​ສະ​ເພາະ​ກິດ​ຈາກສູນ​ກາງ ເປັນ​ຜູ້​ລົງ​ໄປ​ຢຶດໄມ້​ຈຳ​ນວນ​ດັ່ງ​ກ່າວ ກ່ອນ​ທີ່​ຈະ​ຖືກ​ສົ່ງ​ຜ່ານ​ດ່ານ​ໄປ​ປະ​ເທດ​ວຽດ​ນາມ.
ປະ​ຊາ​ຊົນແຂວງ​ອັດ​ຕະ​ປື ຜູ້​ທີ່​ຮູ້​ເຫດ​ການ ໄດ້​ກ່າ​ວ​ຕໍ່​ເອ​ເຊັຽ​ເສ​ຣີ ວ່າ: ​ໄມ້ຢູ່​ໃນລົດ​ຄອນ​ເທນ​ເນີ 4 ຄັນ ມີ​ບໍ​ລິ​ມາດປະ​ມານ 240 ແມັດ​ກ້ອນ ທີ່ບໍ່​ມີ​ການ​ແປ​ຮູບ ຊຶ່ງໄມ້​ຈຳ​ນວນ​ດັ່ງ​ກ່າວ​ເປັນ​ຂອງ ນັກ​ທຸ​ລະ​ກິດ ຢູ່​ແຂວງ​ອັດ​ຕະ​ປື.
ປະ​ຊາ​ຊົນ​ທ່ານນີ້ ກ່າວ​ອີກວ່າ: ປັດ​ຈຸ​ບັນ ເຈົ້າ​ໜ້າທີ່​ສະ​ເພາະ​ກິດ ​ກຳ​ລັງ​ກວດ​ກາ​ໄມ້​ດັ່ງ​ກ່າວ ແລະ ຍັງກັກ​ໄວ້​ຢູ່​ດ່ານ​ສາ​ກົນພູ​ເກືອ ເມືອງ​ພູວົງ ແຂວງ ອັດ​ຕະ​ປື.
ຣັ​ຖ​ບານລາວ ໄດ້​ອອກຄຳ​ສັ່ງ​ເລກ​ທີ 15 ຫ້າມ​ສົ່ງ​ອອກ​ໄມ້ ທີ່ບໍ່​ໄດ້​ແປ​ຮູບ
ຖ້າ​ມີຄວາມ​ຄືບ​ໜ້າ ເອ​ເຊັຽ​ເສ​ຣີ ຈະລາຍ​ງານໃຫ້​ທ່ານຊາບ​ອີກ.

ຮູບພາບ: ລົດ​ຄອນ​ເທນ​ເນີ ປ້າຍ​ທະ​ບຽນ​ວຽດ​ນາມ ທີ່​ບັນຈຸ​ໄມ້​ເຕັມ​ຄັນ​ລົດ. ຖ່າຍ​ໂດຍ ນັກ​ຂ່າວ​ພົນ​ລະ​ເມືອງ.

(ຂ່າວຈາກວິທະຍຸເອເຊັຍເສຣີ)