“ສປປລາວຕິດອັນດັບທີ ໑໕໔ ກ່ຽວກັບຄວາມສດວກໃນການມາລົງທຸນໃນລາວ“

https://l.facebook.com/l.php?u=https%3A%2F%2Fwww.targetlaos.com%2Farticle%2F51419&h=AT3XjGdXTPCJhrt18NN324YtKx_LdhmUOGNe7fG4zmVtjZHhtLzjfnCkaBHtwwrdnKELUpliIoP-qfiiK34JDi7nWKqibWnK301wzjparvFxkt87KuLTJ1opnlKFU_-6h3V-iE6f&s=1

ທະນາຄານໂລກ (World Bank) ເປີດເຜີຍ ບົດລາຍງານກ່ຽວກັບ ຄວາມສະດວກ ໃນການເຮັດທຸລະກິດ ປະເທດລາວຢູ່ໃນອັນດັບ 154.

ທະນາຄານໂລກ (World Bank) ເປີດເຜີຍ ບົດລາຍງານກ່ຽວກັບ ຄວາມສະດວກ ໃນການເຮັດທຸລະກິດ (Ease of Doing Business) ໃນ 190 ປະເທດ ທົ່ວໂລກ ຮອດຕົ້ນປີ 2020 ທຽບໃສ່ ປີ 2019. ຜົນປະກົດວ່າ ຜ່ານໄປ 1 ປີ ຄວາມສະດວກຂອງການເຮັດທຸລະກິດຢູ່ ສປປ. ລາວ ແມ່ນຍັງບໍ່ດີຂຶ້ນ ໂດຍຍັງຄົງຄອງອັນດັບເກົ່າ ຢູ່ທີ່ອັນດັບ 154 ຂອງໂລກ (ຕົວເລກໜ້ອຍ ງ່າຍຕໍ່ການເຮັດທຸລະກິດ).

ຜົນງານອັນດັບຂອງບັນດາປະເທດໃນອາຊຽນ ມີດັ່ງນີ້:

  1. ປະເທດ ສິງກະໂປ (Singapore) ຢູ່ໃນອັນດັບທີ 2 ເປັນປະເທດທີ່ມີຄວາມສະດວກ ໃນການເຮັດທຸລະກິດ ຄົງທີ່.
  2. ປະເທດ ມາເລເຊຍ (Malaysia) ຢູ່ໃນອັນດັບທີ 12 ເຊິ່ງປັບດີຂຶ້ນຈາກ ອັນດັບທີ 15 ໃນປີຜ່ານມາ.
  3. ປະເທດໄທ (Thailand) ຢູ່ໃນອັນດັບທີ 21 ດີຂຶ້ນຈາກກ່ອນທີ່ຢູ່ໃນອັນດັບທີ 27.
  4. ປະເທດ ບູຣໄນ (Brunei Darussalam) ຢູ່ໃນອັນດັບທີ 66 ຍັບລົງ ຈາກອັນດັບ 55.
  5. ປະເທດ ຫວຽດນາມ (Vietnam) ຢູ່ໃນອັນດັບທີ 70 ຍັບລົງ ຈາກອັນດັບທີ່ 69.
  6. ປະເທດ ອິນໂດເນເຊຍ (Indonesia) ຢູ່ໃນອັນດັບທີ 73 ຍັງເປັນອັນດັບເກົ່າຄົງທີ່.
  7. ປະເທດ ຟີລິບປິນ (Philippines) ຢູ່ໃນອັນດັບທີ 5 ດີຂຶ້ນ ຈາກກ່ອນອັນດັບທີ 124.
  8. ປະເທດ ກຳປູເຈຍ (Cambodia) ຢູ່ໃນອັນດັບທີ 144 ຍັບລົງ ຈາກເກົ່າອັນດັບທີ 138.
  9. ປະເທດລາວ (Lao PDR) ຢູ່ໃນອັນດັບທີ 154 ເປັນອັນດັບຄົງທີ່ທຽບໃສ່ປີຜ່ານມາ.
  10. ປະເທດ ມຽນມາ (Myanmar) ຢູ່ໃນອັນດັບທີ 165 ຍັບຂຶ້ນ ຈາກເກົ່າ ອັນດັບທີ 171.

https://www.targetlaos.com/article/51419
World Bank Report 2020